ກອງປະຊຸມຮັບຮອງເນື້ອໃນພື້ນຖານ(ຮ່າງ)ແຜນປະຕິບັດງານແຫ່ງຊາດການຮຽນຮູ້ຕະຫຼອດຊີວິດ Meeting on Endorse of (Draft) National Action Plan for Lifelong Learning
ໃນກອງປະຊຸມຄັ້ງນີ້ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ມີທິດຊີ້ນໍາດັ່ງນີ້:
- ກອງປະຊຸມປັບປຸງ (ຮ່າງ) ແຜນປະຕິບັດງານແຫ່ງຊາດການຮຽນຮູ້ຕະຫຼອດຊີວິດ ຄັ້ງນີ້ອາດຈະເປັນກອງ ປະຊຸມລະດັບວິຊາການຄັ້ງສຸດທ້າຍ; ສະນັ້ນ,ຈຶ່ງຮຽກຮ້ອງມາຍັງບັນດາທ່ານຊ່ວຍກັນຄົ້ນຄ້ວາ ແລະ ປັບປຸງ ຢ່າງລະອຽດ ຊັດເຈນ ມີຈຸດສຸມ; ໂດຍສະເພາະດ້ານເນື້ອໃນ ຕ້ອງຮັບປະກັນໃຫ້ສອດຄ່ອງກັບຈຸດພິເສດ ຂອງບ້ານເຮົາ, ບັນດາກິດຈະກຳ ຫຼື ວຽກຈຸດສຸມ ຕ້ອງສາມາດຈັດຕັ້ງປະຕິບັດໄດ້;
- ຮັບປະກັນແຜນປະຕິບັດງານດັ່ງກ່າວນີ້ ໃຫ້ກວມລວມເອົາທຸກຂະແໜງການ, ທຸກຂົງເຂດວຽກງານໃນການ ສົ່ງເສີມການຮຽນຮູ້;
- ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳເອົາແຜນປະຕິບັດງານ ແຫ່ງຊາດ ການຮຽນຮູ້ຕະຫຼອດຊີວິດ ໄປຜັນຂະຫຍາຍໃຫ້ເປັນກິດຈະກຳລະອຽດ ທັງກິດຈະກຳສະເພາະ ແລະ ເຊື່ອມສານ ແນວຄວາມຄິດການຮຽນຮູ້ຕະຫຼອດຊີວິດເຂົ້າໃນວຽກງານການພັດທະນາຊັບພະຍາກອນ ມະນຸດ ແລະ ວຽກງານ ອື່ນໆ ຂອງກົມກອງ ແລະ ຂະແໜງການຂອງຕົນ;
- ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະຮັບຜິດຊອບ ຫຼື ຈຸດປະສານງານກ່ຽວກັບວຽກງານການຮຽນຮູ້ຕະຫຼອດຊີວິດ ພາຍໃນຂອງພາກສ່ວນຕົນ;
- ໃຫ້ແຕ່ລະພາກສ່ວນຈັດສັນງົບປະມານເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວເພີ່ມຂື້ນຕາມຄວາມເໝາະສົມ.