Image

ທີ່ຕັ້ງ ແລະ ພາລາະບົດບາດ

 

ກົມການສຶກສານອກໂຮງຮຽນ ຂຽນດ້ວຍຕົວອັກສອນຫຍໍ້ "ກສນ"  ເປັນກົງຈັກບໍລິຫານໃນໂຄງ
ປະກອບການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ ມີພາລະບົດບາດເປັນເສນາທິການໃຫ້ແກ່
ລັດຖະມົນຕີ ແລະຄະນະພັກກະຊວງກ່ຽວກັບພັດທະນາວຽກງານສຶກສານອກໂຮງຮຽນ.

 
  1. ຄວາມເປັນມາຂອງການສຶກສານອກໂຮງຮຽນ:

ໃນ​ສະ​ໄໝ​ການ​ປະ​ຕິ​ວັດ​ຊາດ​ປະ​ຊາ​ທິ​ປະ​ໄຕ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ນຳ​ພາ​ປະ​ຊາ​ຊົນ​ຕໍ່​ສູ້​ຕ້ານ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່. ເພື່ອ​ປົດ​ປ່ອຍ​ປະ​ເທດ​ຊາດ​ອອກ​ຈາກ​ແອກ​ປົກ​ຄອງ​ຂອງ​ຕ່າງ​​ຊາດ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ຍັງ​ໄດ້​ເອົາ​ໃຈ​ໃສ່​ປຸກ​ລະ​ດົມ​ຂົນ​ຂວາຍປະ​ຊາ​ຊົນ​ຮຽນ​ໜັງ​ສື ຊຶ່ງ​ເລີ່ມ​ຕົ້ນ​ຈາກ​ການ​ຮ່ຳ​ຮຽນ​ໃນ​ຖັນ​ແຖວ​ພະ​ນັກ​ງານ​ນັກ​ຮົບ​ທີ່ບໍ່​ຮູ້​ໜັງ​ສື​ໃຫ້​ອ່ານ​ໄດ້​ຂຽນ​ເປັນ. ນັບ​ແຕ່ນັ້ນ​ມາ​ວຽກ​ງານ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື ແລະ ບຳ​ລຸງ​ວັດ​ທະ​ນະ​ທຳ ໄດ້​ປົ່ງ​ໜໍ່​ຈໍ່​ແໜງ​ຂຶ້ນ​ເປັນ​ໄລ​ຍະ​ທຳ​ອິດ ແລະ ຂະ​ຫ​ຍາຍ​ຕົວ​ມາ​ເປັນ​ກ້າວໆ. ໃນຊຸມປີ 1967 ໄດ້ສ້າງຕົວແບບທົດລອງການລົບລ້າງຄວາມບໍ່ຮູ້ ໜັງສືໃຫ້ພະນັກງານ ແລະ ປະຊາຊົນອາຍຸແຕ່ 15-45 ປີ ຢູ່ 3 ບ້ານແຂວງຫົວພັນ ​ແລະ 5 ບ້ານຢູ່ແຂວງຊຽງຂວາງ, 2 ບ້ານສະຫະ 90; ໃນນີ້ມີບ້ານນາເຮ້ຍ ແລະ ບ້ານນາຄາວ (ຕາແສງຊຽງແມນ ເມືອງຊໍາເໜືອ ແຂວງຫົວພັນ), ບ້ານເອີນ (ຕາແສງປົວ ແຂວງຫົວພັນ) ໄດ້ລົບລ້າງຄວາມບໍ່ຮູ້ໜັງສືມາຕາມລໍາດັບ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ພັກ ແລະ ລັດໄດ້ເຫັນຄວາມສຳຄັນຂອງການສຶກສາທັງໃນ ແລະ ນອກໂຮງຮຽນ​ໂດຍຖືເອົາການສຶກສາຊັ້ນປະຖົມເປັນການສຶກສາພາກບັງຄັບ, ຕາໜ່າງການສຶກສາໄດ້ມີ​ການຂະຫຍາຍຕົວໄປສູ່ເຂດຊົນນະບົດ ຫ່າງໄກ ສອກຫຼີກ. ມາ​ເຖິງວັນ​ທີ 02/05/1979 ແຂວງ​ຫົວ​ພັນ​ໄດ້​ປະ​ກາດ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື​ເປັນ​ແຂວງ​ທຳ​ອິດ​ໃນ​ປະ​ເທດລາວ. ເພື່ອ​ເປັນ​ການ​ສັນ​ລະ​ເສີນ​ຜົນ​ງານ​ການ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື​ທີ່ເປັນ​ແບບ​ຢ່າງ​ອັນ​ດີ​ໃຫ້​ແກ່​ທຸກໆ​ເມືອງ​ໃນ​ທົ່ວ​ປະ​ເທດ ແລະ ເປັນ​ບົດ​ຮຽນ​ໃຫ້​ແກ່​ຂະ​ບວນ​ການ​ຈັດ​ຕັ້ງ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື​ໃຫ້​ແກ່​ປະ​ຊາ​ຊາດ​ອື່ນໆ​ໃນ​ທົ່ວ​ໂລກ, ອົງ​ການອູ​ຍ​ແນ​ດສະ​ໂກໄດ້​ມອບ​ລາງວັນ​ສາ​ກົນ }ຣຸບສະກາຢາ~ ໃຫ້​ແກ່​ເມືອງ​ຊຽງ​ຄໍ້ແຂວງ​ຫົວ​ພັນ​; ຕໍ່​ຈາກນັ້ນ​ມາ​ແຕ່​ລະ​ແຂວງ​ ກໍ​ໄດ້​ອອກ​ແຮງ​ສູ້​ຊົນ​ຈັດ​ຕັ້ງ​ການ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື​​ໃຫ້​ກຸ່ມ​ເປົ້າ​ໝາຍເປັນ​ລຳ​ດັບ​ມາ. ​​ໃນ​ຕົ້ນປີ 1984 ອົງ​ການອູ​ຍ​ແນ​ດສະ​ໂກໄດ້​ມອບ​ລາງວັນ​ }​ໂນ​ມາ~ ຊົມ​ເຊີຍ​ການ​ລົບ​ຍລ້າງ​ຄວາມ​ບໍ່​ຮູ້​ໜັງສື​ໃຫ້​ແກ່​ຕາ​ແສງ​ຍອດ​ງື່ມ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ ​ແລະ ມາ​ຮອດ​ທ້າຍ​ປີ 1984 ສປປ ລາວ ​ໄດ້​ສຳ​ເລັດ​ການ​ລົບ​ລ້າງ​ຄວາມ ບໍ່​ຮູ້​ໜັງ​ສື​ທົ່ວ​ປະ​ເທດ.

ໃນວັນທີ 7 ສິງຫາ 1979 ​ໄດ້​ມີກອງປະຊຸມປະສົມລະຫວ່າງ ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີ ກ່ຽວກັບວຽກງານການສຶກສາ, ໄດ້ມີມະຕິຕົກລົງແຕ່ງຕັ້ງຄະນະຊີ້ນໍາຂະບວນການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງວັດທະນະທໍາຂັ້ນສູນກາງ ແລະ ທ້ອງຖິ່ນ. ໃນນີ້ຄະນະຊີ້ນໍາຂັ້ນສູນກາງ ແມ່ນທ່ານປະທານສຸພານຸວົງ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ, ປະທານສະພາປະຊາຊົນສູງສຸດ, ປະທານສູນກາງແນວລາວສ້າງຊາດ ທັງເປັນປະທານຄະນະຊີ້ນໍາຂະບວນການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງວັດທະນະທໍາ ຈາກ​ນັ້ນ​ມາວຽກ​ງານ​ບຳ​ລຸງວັດ​ທະ​ນະ​ທຳ ກໍ​ໄດ້​ເຕີບ​ໃຫ​ຍ່​ຂະ​ຫ​ຍາຍ​ຕົວ​ຢ່າງ​ໄວ​ວາ, ຜູ້​ທີ່ໄດ້​ຮັບ​ການ​ລົບ​ລ້າງ​ຄວາມບໍ່​ຮູ້​ໜັງ​ສື​ແລ້ວນັ້ນໂດຍ​ສະ​ເພະ​ແມ່ນ​ພະ​ນັກ​ງານ​ກໍ​ໄດ້​ເຂົ້າ​ຮຽນ​ຕໍ່​ໃນ​ຂັ້ນ​ປະ​ຖົມ ແລະ ຜູ້​ທີ່​ມີ​ລະ​ດັບ​ຈົບປະ​ຖົມ​ແລ້ວ​ກໍ​ເຂົ້າ​ຮຽນ​ຕໍ່​ໃນ​ຂັ້ນ​ມັດ​ທະ​ຍົມ ໃນ​ທົ່ວ​ປະ​ເທດ, ນັບ​ແຕ່​ຂັ້ນ​ສູນ​ກາງ​ ລົງ​ໄປ​ສູ່​ຂັ້ນ​ທ້ອງ​ຖິ່ນ​​ໄດ້​ມີ​ໂຮງ​ຮຽນ​ບຳ​ລຸງວັດ​ທະ​ນະ​ທຳ​ຂັ້ນ​ຕ່າງໆອີງ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ທ້ອງ​ຖິ່ນ​ຕົນ​ເອງຄື: ຂັ້ນ​ສູນ​ກາງ​ໄດ້​ມີ​ໂຮງ​ຮຽນ​ບຳ​ລຸງວັດ​ທະ​ນະ​ທຳຂັ້ນສູນກາງ 1 ແຫ່ງທີ່​ຂຶ້ນ​ກັບການຄຸ້ມຄອງຂອງ​ກະ​ຊວງ​ສຶກ​ສາຊຶ່ງເອີ້ນຊື່ວ່າ “ໂຮງ​ຮຽນ​ບຳ​ລຸງວັດ​ທະ​ນະ​ທຳ​ກຳ​ມະ​ກອນ-ຊາວ​ນາ” ຕັ້ງ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ຮັບເອົາພະນັກງານຂັ້ນສູນກາງມາບໍາລຸງຍົກລະດັບຊັ້ນມັດທະຍົມ, ປີ 1989 ໄດ້ຫັນເປັນໂຮງຮຽນບໍາລຸງວັດທະນະທໍາສູນກາງ ແລະ ຮອດປີ 1992 ໄດ້ຫັນເປັນສູນການສຶກສານອກໂຮງຮຽນ ແລະ ເປັນສູນພັດທະນາການສຶກສານອກໂຮງຮຽນຈົນເຖິງປະຈຸບັນ.

ປະຕິບັດຕາມຄໍາສັ່ງຂອງ​ນາຍົກລັດຖະມົນຕີ ເລກທີ 62/ນຍ  ລົງວັນທີ 8 ສິງຫາ 1992 ວ່າດ້ວຍການ​ເປີດບັ້ນລຶບລ້າງຄວາມບໍ່ຮູ້ໜັງສື ​ແລະ ການຜັນຂະຫຍາຍແຜນງານແຕ່ລະໄລຍະໃຫ້ສໍາເລັດຜົນ. ຄະນະພັກ, ອໍານາດການ ປົກຄອງແຂວງ ແລະ ຂະແໜງການສຶກສາໄດ້ຈັດ​ຕັ້ງ​ການເຊື່ອມຊຶມຄໍາສັ່ງດັ່ງກ່າວ ​ເພື່ອ​ເປັນທິດທາງສືບຕໍ່ເປີດຂະບວນການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສືໃຫ້ແກ່ປະຊາຊົນທີ່ຍັງກືກ ແລະ ກືກຄືນຢ່າງເປັນຂະບວນຕໍ່ເນື່ອງຕະຫຼອດມາ ​ໂດຍ​​ໄດ້ປັບປຸງເນື້ອໃນຫຼັກສູດໃໝ່, ຮູບແບບ ​ແລະ ວິທີການຈັດ​ຕັ້ງ​ການສອນ-ການຮຽນໃຫ້ເໝາະສົມກັບສະພາບຕົວຈິງ ແລະ ແບບແຜນການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໂດຍເອົາ "ການອົບຮົມວິຊາຊີບຂັ້ນ​ພື້ນຖານຄວບຄູ່ໄປກັບການລົບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງຍົກລະດັບການສຶກສາ".

ກົມ​ປະ​ຊາ​ສຶກ​ສາ ແລະ ບຳ​ລຸງວັດ​ທະ​ນະ​ທຳ ຊຶ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ພາຍ​ຫຼັງ​ປະ​ເທດ​ຊາດ​ໄດ້​ສະ​ຖາ​ປະ​ນາ​ເປັນສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​​ປະ​ໄຕ​ ປະ​ຊາ​ຊົນ​ລາວ ເປັນ​ຕົ້ນ​ມາ​ຈົນຮອດປີ 1993, ກະຊວງສຶກສາທິການ​ໄດ້ມີຂໍ້ຕົກລົງ ສະບັບເລກທີ 319/ສສ/93, ລົງວັນທີ 23/6/1993 ວ່າດ້ວຍການຈັດຕັ້ງ ​ແລະ ພາລະບົດບາດຂອງຫ້ອງການ ແລະ ກົມຕ່າງໆ, ໃນນັ້ນ​ກົມ​ປະຊາ​ສຶກສາ​ ແລະ ບຳລຸງ​ວັດທະນະ​ທຳໄດ້ປ່ຽນ​ຊື່ມາ​ເປັນ ກົມ​ການ​ສຶກສານ​ອກລະບົບ​ໂຮງ​ຮຽນ ຊຶ່ງມີບົດບາດ, ສິດ ແລະ ໜ້າທີ່​ເປັນ​ເສນາ​ທິການ​ໃຫ້​ກະຊວງ​ສຶກສາ​ໃນເຊັ່ນ:  ວຽກງານລົບລ້າງຄວາມບໍ່ຮູ້ໜັງສື, ການສຶກສາຂັ້ນປະຖົມໃຫ້ແກ່ປະຊາຊົນ ທຸກຊົນເຜົ່າໃນຂອບເຂດທົ່ວປະເທດໂດຍສະເພາະແມ່ນແມ່ຍິງ ແລະ ຊົນ​ເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີລະດັບການສຶກສາຂັ້ນພື້ນຖານ; ‚ ວຽກງານບໍາລຸງຍົກລະດັບການສຶກສາຂັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍໃຫ້ພະນັກງານທະຫານຕຳຫຼວດ ແລະ ƒ ການສົ່ງເສີມວິຊາຊີບຂັ້ນພື້ນຖານໃຫ້ແກ່ປະຊາຊົນຜູ່ທີ່ດ້ອຍໂອກາດທາງການສຶກສາ ແລະ ຜູ່ມີລາຍໄດ້ໜ້ອຍໃຫ້ມີລາຍໄດ້ເພີ່ມຂື້ນ ແລະ ດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງມີຄວາມສຸກ.

  1. ໂຄງ​ປະ​ກອບ​ການຈັດ​ຕັ້ງ

ໂຄງ​ປະ​ກອບ​ການຈັດ​ຕັ້ງ​ຂອງ​ການ​ສຶກສານ​ອກ​ໂຮງຮຽນ ປະກອບ​ດ້ວຍ​ກົມ​ການ​ສຶກສານ​ອກ​ໂຮງຮຽນ, ຂະ​ແໜງ​ສຶກສານ​ອກ​ໂຮງຮຽນຢູ່​ຂັ້ນ​ແຂວງ, ໜ່ວຍ​ງານ​ສຶກສານ​ອກ​ໂຮງຮຽນຢູ່​ຂັ້ນ​ເມືອງ ​ໄປ​ຕາມ​ລະ​ບົບກົງຈັກ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ. ນອກຈາກ​ນີ້​ຍັງມີສູນ​ການ​ສຶກສານ​ອກ​ໂຮງຮຽນ​ຂັ້ນ​ພາກມີ 3 ​ແຫ່ງ ຊຶ່ງຕັ້ງ​ຢູ່​ສູນ​ກາງ​ທີ່​ນະຄອນຫຼວງ​ວຽງ​ຈັນ 1 ​ແຫ່ງ, ສູນ​ການ​ສຶກສານ​ອກ​ໂຮງຮຽນພາກ​ເໜືອ​ຕັ້ງ​ຢູ່​ແຂວງ​ຫຼວງ​ພະ​ບາງ ​ແລະ ສູນການ​ສຶກສານ​ອກ​ໂຮງຮຽນ​ພາກ​ໃຕ້​ຕັ້ງ​ຢູ່​ແຂວງ​ຈໍາປາ​ສັກ. ສູນ​ການ​ສຶກສານ​ອກ​ໂຮງຮຽນ​ຂັ້ນ​ມີ​ຢູ່​ 17 ​ແຂວງ​ທົ່ວ​ປະ​ເທດ, ມີສູນ​ການ​ສຶກສານ​ອກ​ໂຮງຮຽນ​ຂັ້ນ​ເມືອງ 29 ແຫ່ງ ແລະ ມີສູນການຮຽນຮູ້ຊຸມຊົນ 342 ແຫ່ງຊຶ່ງຕັ້ງຢູ່ລະດັບກຸ່ມບ້ານ ແລະ ເຂດຈຸດສຸມພັດທະນາ. ກົມ​ການ​ສຶກສານ​ອກ​ໂຮງຮຽນຊຶ່ງ ມີ​ພາລະ​ບົດບາດ ​ແລະ ໜ້າ​ທີ່​ຕົ້ນຕໍ​ແມ່ນ: 1) ຄົ້ນ​ຄ້ວາ, ວາງ​ແຜນ​ພັດທະນາການ​ສຶກສານ​ອກ​ໂຮງຮຽນ ​ແລະ ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ; 2) ສ້າງ ​ແລະ ປັບປຸງ​ນິຕິ​ກໍາ​ຕ່າງໆ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ-ບໍລິຫານ​ການ​ສຶກສານ​ອກ​ໂຮງຮຽນ ​ແລະ ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ; 3) ຊີ້​ນໍາ​ການ​ພັດທະນາ​ຫຼັກສູດ, ​ ຕິດ​ຕາມ, ກວດກາ ແລະ ປະເມີນຜົນການປະຕິບັດຫຼັກສູດຂອງການສຶກສານອກໂຮງຮຽນ; 4) ຊີ້ນໍາການສອບເສັງຈົບຊັ້ນລະບົບ​ບໍາລຸງໃນຂອບເຂດທົ່ວປະເທດ; 5) ຈັດຝຶກອົບຮົມ, ຕິດຕາມ ແລະ ປະເມີນຜົນການຈັດການຮຽນ-ການສອນຂອງຄູການສຶກສານອກໂຮງຮຽນ ​ແລະ 6) ຄຸ້ມຄອງສູນພັດທະນາການສຶກສານອກໂຮງຮຽນ, ສູນການສຶກສານອກໂຮງຮຽນປະຈໍາພາກ ແລະ ສູນ​ຝຶກ​ອົບຮົມ​ວິຊາ​ຊີບ​ຂັ້ນ​ພື້ນຖານ ຕາມການແບ່ງຂັ້ນຄຸ້ມຄອງ.

ເຊິ່ງປະຈຸບັນແມ່ນມີຢູ່ 4 ພະແນກຄື: ພະແນກບໍລິຫານ, ພະແນກການສຶກສາຕໍ່ເນື່ອງ, ພະແນກວິຊາຊີບຂັ້ນພື້ນຖານ ແລະ ພະແນກກວດກາ, ຕິດຕາມ ແລະ ປະເມີນຜົນ.

ໜ້າທີ່

ກົມການສຶກສານອກໂຮງຮຽນ ມີໜ້າທີ່ຕົ້ນຕໍດັ່ງນີ້.

01
ຄົ້ນຄວ້າ, ວາງແຜນພັດທະນາການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫລອດຊີວິດ;
07
ສົມທົບກັບກົມສ້າງຄູ ເພື່ອສ້າງຄູ ແລະບຸກຄະລາກອນດານການສຶກສານອກໂຮງຮຽນ;
02
ສ້າງ ແລະປັບປຸງນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງ-ບໍລິຫານການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫລອດຊີວິດ;
08
ຄຸມຄອງການອອກໃບຢັ້ງຢືນການສຶກສາ ແລະ ປະກາສະນີຍະບັດຈົບຊັ້ນມັດທະຍົມຕອນປາຍ ຂອງການສຶກສານອກໂຮງຮຽນໃຫ້ເຂົ້າສູ່ລະບົບມາດຕະຖານ.
03
ຊີ້ນຳການພັດທະນາຫລັກສູດ ແລະ ຕິດຕາມ, ກວດກາປະເມີນຜົນການປະຕິບັດຫລັກສູດຂອງການສຶກສານອກໂຮງຮຽນ;
09
ຄຸ້ມຄອງສູນພັດທະນາການສຶກສານອກໂຮງຮຽນ, ສູນການສຶກສານອກໂຮງຮຽນປະຈຳພາກ ແລະ ສູນຝຶກອົບຮົມວິຊາຊີບຂັ້ນພື້ນຖານ ຕາມການແບ່ງຂັ້ນຄຸ້ມຄອງ;
04
ຊີ້ນຳການຈັດຮູບແບບການຮຽນ-ການສອນໃນແຕ່ລະກຸ່ມເປົ້າໝາຍ ນັບທັງການສຶກສາທາງໄກ ໃຫ້ສອດຄ່ອງຕາມນະໂຍບາຍ ຂອງລັດຖະບານ;
10
ຕິດຕາມ, ປະເມີຜົນວຽກງານການສກສານອກໂຮງຮຽນໃນຂອບເຂດຄວາມຮັບຜິດຊອບຂອງຕົນ.
05
ຊີ້ນຳການສອບເສັງຈົບຊັ້ນລະບົບບຳລຸງໃນຂອບເຂດທົ່ວປະເທດ;
11
ປະຕິບັດວຽກງານອື່ນຕາມການມອບໝາຍຂອງລັດຖະມົນຕີ.
06
ຈັດຝຶກອົບຮົມ, ຕິດຕາມ ແລະ ປະເມີນຜົນການຈັດການຮຽນ-ການສອນ ຂອງຄູການສຶກສານອກໂຮງຮຽນ;

ຂອບເຂດສິດ

ກົມການສຶກສານອກໂຮງຮຽນ ມີຂອບເຂດສິດດັ່ງນີ້:

Image
01
ສະເໜີແຜນການ, ໂຄງການ ແລະແຜນງົບປະມານເພື່ອພັດທະນາວຽກທີ່ຕົນຮັບຜິດຊອບຕໍ່ ລັດຖະມົນຕີ;
02
ສະເໜີລັດຖະມົນຕີພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກ ບັນດານິຕິກຳຄຸ້ມຄອງການສຶກສາ ແລະກິລາທີ່ບໍ່ສອດຄ່ອງ;
03
ສະເໜີຕໍ່ລັດຖະມົນຕີພິຈາລະນາ, ອະນຸມັດ, ສ້າງຕັ້ງ ຫຼືຍົກເລີກຫົວໜ່ວຍການຈັດຕັ້ງຕ່າງໆຂອງກົມ ແລະໜ່ວຍງານທີ່ຂຶ້ນກັບກົມ;
04
ສະເໜີລັດຖະມົນຕີແຕ່ງຕັ້ງ, ປົດຕຳແໜ່ງ, ຍົກຍ້າຍຜູ້ບໍລິຫານການສຶກສານອກໂຮງຮຽນຕາມລະບຽບກົດໝາຍ; ສັບຊ້ອນ, ຈັດວາງຜູ້ບໍລິຫານ, ພະນັກງານວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ ແລະຕາມລະບຽບກົດໝາຍ;
05
ຄຸ້ມຄອງ, ນຳໃຊ້ງົບປະມານ, ວັດຖຸ-ຊັບສິນ, ກອງທຶນ, ທຶນຊ່ວຍເຫຼືອປະເພດຕ່າງໆ ຕາມການອະນຸມັດຂອງລັດຖະມົນຕີ;
06
ປະຕິບັດໂຄງການຊ່ວຍເຫລືອລ້າ,ໂຄງການຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນຕາມການອະນຸມັດຂອງລັດຖະມົນຕີ;
07
ສະເໜີລັດຖະມົນຕີປົກປ້ອງ, ຄຸ້ມຄອງບຸກຄະລາກອນ,ຊັບສິນ, ລິຂະສິດທາງດ້ານການສຶກສາ ແລະ ກິລາ;
08
ປະຕິບັດວຽກງານອື່ນຕາມການມອບໝາຍຂອງລັດຖະມົນຕີ;

ໂຄງປະກອບການຈັດຕັ້ງ

Image

Call

+856 21 213980

email

info@nonformal.edu.la

Address

Ministry of Education and Sports; Lanxang Road, Vientiane Capital,
PO Box 67