Description
ການອອກແບບ ໝາຍເຖິງ ການຖ່າຍທອດຮູບແບບຈາກຄວາມຄິດສ້າງສັນອອກມາເປັນຜົນງານ ທີ່ຜູ່ອື່ນສາມາດເບີ່ງເຫັນ, ຮັບຮູ້ ແລະ ສຳຜັດໄດ້ ເພື່ອໃຫ້ມີຄວາມເຂົ້າໃຈໃນຜົນງານຮ່ວມກັນ ແບບທີ່ຄິດອອກມາອາດຈະເປັນສິ່ງທີ່ເປັນໄປໄດ້ຈິງ ຫຼື ແບບທີ່ເປັນລັກສະນະເຟີ້ຝັນເປັນພຽງນາມມະທຳກໍ່ໄດ້.