Skip to the content
Non-Formal Education Laos
  • ໜ້າຫຼັກ
  • ກ່ຽວກັບ ກສນ
  • ບົດຮຽນທັງໝົດ
    • ວິຊາຮຽນ
      • ວິຊາໄອຊີທີ
      • ວິຊາພາສາລາວ
      • ວິຊາວັນນະຄະດີ
      • ວິຊາຄະນິດສາດ
      • ວິຊາຊີວະສາດ
    • ວິຊາການເຮືອນ
      • ວິທີເຮັດເຂົ້າໜົມຂີ້ໜູ
      • ວິທີເຮັດແຈ່ວບອງ
      • ວິທີເຮັດເຂົ້າຂຽບ
      • ວິທີເຮັດເຂົ້າໂຄບ
    • ອ່ານ ແລະ ດາວໂຫຼດປື້ມແບບຮຽນ
  • ຂ່າວສານ ກສນ ໃໝ່ *
  • ນິຕິກໍາຕ່າງໆ
  • ແຜນທີ່ ສູນກສນ
  • ເອກະສານຕ່າງໆ
  • ໜ້າຫຼັກ
  • ກ່ຽວກັບ ກສນ
  • ບົດຮຽນທັງໝົດ
    • ວິຊາຮຽນ
      • ວິຊາໄອຊີທີ
      • ວິຊາພາສາລາວ
      • ວິຊາວັນນະຄະດີ
      • ວິຊາຄະນິດສາດ
      • ວິຊາຊີວະສາດ
    • ວິຊາການເຮືອນ
      • ວິທີເຮັດເຂົ້າໜົມຂີ້ໜູ
      • ວິທີເຮັດແຈ່ວບອງ
      • ວິທີເຮັດເຂົ້າຂຽບ
      • ວິທີເຮັດເຂົ້າໂຄບ
    • ອ່ານ ແລະ ດາວໂຫຼດປື້ມແບບຮຽນ
  • ຂ່າວສານ ກສນ ໃໝ່ *
  • ນິຕິກໍາຕ່າງໆ
  • ແຜນທີ່ ສູນກສນ
  • ເອກະສານຕ່າງໆ
Posted on September 2, 2021May 27, 2022

ພິທີມອບ-ຮັບ ສື່ການຮຽນ-ການສອນດິຈິຕາລ

  • By. admin
  • 0 Comments

ໃນຕອນບ່າຍຂອງວັນທີ 8 ເດືອນ ທັນວາ ( 12 ) 2021 ເລີ່ມແຕ່ເວລາ 2:00 ນ. ກົມການສຶກສານອກໂຮງຮຽນ (ກະຊວງສຶກສາທິການ ແລະ ກິລາ) ຮ່ວມກັບ ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບຜົນສຳເລັດຂອງໂຄງການສ້າງສື່ການຮຽນການສອນໃນຮູບແບບດີຈີຕາລຕາມຫຼັກສູດການສຶກສານອກໂຮງຮຽນສຳລັບຊັ້ນມັດທະຍົມຕອນຕົ້ນບຳລຸງ ທີ່ຫ້ອງປະຊຸມໃຫຍ່ສູນໄອຊີທີຫຼວງພະບາງ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມ ກສນ  ແລະ ທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ພ້ອມດ້ວຍ ຫົວໜ້າຂະແໜງການສຶກສານອກໂຮງຮຽນ, ຂະແໜງສາມັນ, ຫົວໜ້າສູນ, ຮອງສູນ, ຄະນະຮັບຜິດຊອບໂຄງການ, ພະນັກງານສູນໄອຊີທີ ແລະ ຄູອາຈານເຂົ້າຮ່ວມ ຈຳນວນ 20 ທ່ານ.

ພິທີມອບ-ຮັບຜົນສຳເລັດຂອງໂຄງການຄັ້ງນີ້ ໄດ້ຮັບການຊີ້ນຳຈາກຄະນະພັກ, ຄະນະພະແນກ ແລະ ໄດ້ຮັບການເຫັນດີເປັນເອກະພາບຈາກຫົວໜ້າກົມການສຶກສານອກໂຮງຮຽນ ກໍ່ຄື ເຈົ້າຂອງໂຄງການ; ເຊິ່ງຈຸດປະສົງ ດັ່ງນີ້:

  1. ເພື່ອເຊັນມອບ-ຮັບຜົນສຳເລັດຂອງໂຄງການສ້າງສື່ການຮຽນ-ການສອນໃນຮູບແບບດິຈິຕາລຕາມຫຼັກສູດມັດທະຍົມສຶກສາຕອນຕົ້ນບຳລຸງຂອງກົມການສຶກສານອກໂຮງຮຽນ.
  2. ເພື່ອສາທິດການຄຸ້ມຄອງບຳລຸງຮັກສາສື່ການຮຽນ-ການສອນດິຈິຕາລ ແລະ ການນຳໃຊ້ເວັບໄຊ, ຊອງຢູທູບ ແລະ ເຟດບຸກ ເຂົ້າໃນການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ.
  3. ເພື່ອປິດໂຄງການສ້າງສື່ການຮຽນ-ການສອນໃນຮູບແບບດິຈິຕາລຕາມຫຼັກສູດຊັ້ນມັດທະຍົມຕອນຕົ້ນບຳລຸງ ຂອງການສຶກສານອກໂຮງຮຽນ.

ໃນວາລະພິທີອັນມີຄວາມໝາຍສຳຄັນນີ້ ທ່ານ ຈັນທະລີ ອຸໄລສິດ ຮອງຫົວໜ້າສູນໄອຊີທີ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຖ່າຍທຳສ້າງສື່ການຮຽນ-ການສອນໃນຮູບແບບດິຈິຕາລຕາມຫຼັກສູດການສຶກສານອກໂຮງຮຽນ ສຳລັບຊັ້ນມັດທະຍົມຕອນຕົ້ນບຳລຸງ, ພ້ອມທັງແນະນໍາການນໍາໃຊ້ສື່ການຮຽນ-ການສອນແບບດິຈິຕາລ, ການນຳໃຊ້ ເວັບໄຊຂອງກົມການສຶກສານອກໂຮງຮຽນ ແລະ social media ຊ່ອງເຟດບຸກ ແລະ ຢູທູບ: ກົມການສຶກສານອກໂຮງຮຽນ

ຈາກນັ້ນ, ທ່ານ ນາງ ພິລານີ ຮອງຫົວໜ້າກົມ ກສນ ໄດ້ປະກອບຄຳຄິດເຫັນ, ໂອລົມຕໍ່ກອງປະຊຸມ, ໃນເບື້ອງຕົ້ນທ່ານໄດ້ສະແດງຄວາມຂອບໃຈ ແລະ ເຫັນດີເປັນເອກະພາບຕໍ່ບົດສະຫຼຸບ, ພ້ອມທັງແນະນຳບາງບັນຫາທີ່ມີຄວາມສຳຄັນຈຳເປັນຕໍ່ກັບວຽກງານພັດທະການສຶກສານອກໂຮງຮຽນ ແລະ ສະເໜີໃຫ້ສ້າງແຜນການເຄື່ອນໄຫວວຽກງານຂອງໂຄງການຮ່ວມກັນໃນໄລຍະຕໍ່ໄປ ຄື ການຝຶກອົບຮົມການນຳໃຊ້ສື່ການຮຽນ-ການສອນໃນຮູບແບບດິຈິຕາລໃຫ້ບັນດາຄູສອນຕາມໂຄງການຫຼັກສູດຂອງກົມການສຶກສານອກໂຮງຮຽນອີກດ້ວຍ. ຕໍ່ຈາກນັ້ນ, ທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ກ່າວຂອບໃຈຄະນະຮັບຜິດຊອບໂຄງການ ແລະ ການຮ່ວມມືກັນສ້າງສື່ການຮຽນ-ການສອນໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ຄູອາຈານ, ພະນັກງານສູນໄອຊີທີ ສືບຕໍ່ພັດທະນາວິຊາການ, ເອົາໃຈໃສ່ຕໍ່ຍອດຄວາມຮູ້ ເພື່ອກຽມພ້ອມໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ດີຂື້ນເລື້ອຍໆ.

ເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດດັ່ງກ່າວ, ຕອນທ້າຍຂອງພິທີ, ປະທານທັງສອງຝ່າຍ ຍັງໄດ້ໃຫ້ກຽດຮ່ວມເຊັນໃບມອບ-ຮັບ ຮ່ວມກັນ, ພ້ອມດຽວກັນນີ້ທ່ານ ຊາຍສະຫວັນ ຈັນມານິດໄດ້ ມອບໃບຍ້ອງຍໍໃຫ້ກົມການສຶກສານອກໂຮງຮຽນທີ່ໄດ້ປະກອບສ່ວນຊຸກຍູ້ມອບອຸປະກອນຖ່າຍທຳໃຫ້ສູນໄອຊີທີຫຼວງພະບາງ ເພື່ອຮັບໃຊ້ເຂົ້າໃນວຽກງານຫ້ອງສະຕູດີໂອສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຄະນະດຽວກັນທ່ານຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະຮັບຜິດຊອບໂຄງການ ແລະ ການຮ່ວມມືໃນການສ້າງສື່ການຮຽນ-ການສອນຄັ້ງນີ້ ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄູອາຈານ, ພະນັກງານສູນໄອຊີທີ ສືບຕໍ່ພັດທະນາວິຊາການ, ເອົາໃຈໃສ່ຕໍ່ຍອດຄວາມຮູ້ ເພື່ອກຽມພ້ອມໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.

Write a comment Cancel reply

Recent Posts

  • ການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງແລະການບໍລິຫານສູນການສຶກສານອກໂຮງຮຽນຂັ້ນແຂວງ ຂັ້ນເມືອງ ແລະ ຂັນຊຸມຊົນ,ແຂວງຊຽງຂວາງ ວັນທີ17-19/01/2023 ພາຍໃຕ້ໂຄງການຮ່ວມມືຄະນະກຳມາທິການແຫ່ງຊາດເພື່ອອຸຍແນສໂກ ລາວ-ເກົາຫລີ Bridge Lao Project
  • ກອງປະຊຸມຄົ້ນຄ້ວາ ແລະ ປັບປູງ (ຮ່າງ) ແຜນປະຕິບັດງານແຫ່ງຊາດ ການຮຽນຮູ້ຕະຫຼອດຊີວິດ ລະຫ່ວາງວັນທີ 19-21/12/2022, ເມືອງ ວັງວຽງ, ແຂວງ ວຽງຈັນ
  • ຜົນການສອບເສັງຈົບຊັ້ນມັດທະຍົມຕອນປາຍລະບົບບໍາລຸງ ມ.7 ທົ່ວປະເທດ, ສົກຮຽນ 2021-2022
  • ພິທີສອບເສັງຊັ້ນມັດທະຍົມຕອນປາຍບໍາລຸງ ມ.7 ທົ່ວປະເທດ ຄັ້ງວັນທີ 21-22 ກໍລະກົດ ປີ 2022
  • ກອງປະຊຸມແນະນໍາກ່ຽວກັບສື່ການຮຽນການສອນແບບອອນລາຍທີ່ແຂວງວຽງຈັນ, ຄັ້ງວັນທີ 15-16 ກໍລະກົດ 2022
  • ກອງປະຊຸມເຜີຍແຜ່ຂໍ້ຕົກລົງແລະຄໍາແນະນໍາກ່ຽວກັບການນໍາ ໃຊ້ຊັບພະຍາກອນຮ່ວມກັນລະຫວ່າງກົມການສຶກສານອກໂຮງຮຽນ ແລະ ກົມອະຊີວະສຶກສາຄັ້ງວັນທີ 4 ກໍລະກົດ 2022
  • ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານການບໍລິຫານໃຫ້ສູນ ກສນ ເມືອງແລະ ສູນຊຸມຊົນເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ, ລະຫວ່າງວັນທີ 13-16/06/2022
  • ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະນັກງານ ການສຶກສານອກໂຮງຮຽນ 3 ແຂວງເປົ້າໝາຍ ທີ່ເມືອງ ວັງວຽງ, ຄັ້ງວັນທີ 23-26 ພຶດສະພາ 2022
  • ໂຄງການສ້າງສື່ການຮຽນ-ການສອນໃນຮູບແບບເອເລັກໂຕຼນິກ
  • ການລົງຕິດຕາມຊຸກຍູ້ ແລະ ເຮັດວຽກນຳທີມງານຖ່າຍທຳສູນໄອຊີທີຫຼວງພະບາງ
  • ພິທີມອບ-ຮັບ ສື່ການຮຽນ-ການສອນດິຈິຕາລ

Archives

  • January 2023
  • December 2022
  • August 2022
  • July 2022
  • June 2022
  • May 2022
  • September 2021

ຕິດຕໍ່ຫາພວກເຮົາ

ກະຊວງສຶກສາທິການ ແລະ ກິລາ
ກົມການສຶກສານອກໂຮງຮຽນ
ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ,
ຕູ້ໄປສະນີ PO Box 67
ໂທ: +856 21 213980
Email: nonformal@gmail.com, nfelao2016@gmail.com

 

ເມນູຫຼັກ

ໜ້າຫຼັກ

ກ່ຽວກັບ ກສນ

ວີດີໂອບົດຮຽນທັງໝົດ

ຂ່າວສານ ກສນ

ວິຊາຮຽນ

ວິຊາ ຄະນິດສາດ

ວິຊາ ຊີວະສາດ

ວິຊາ ພາສາລາວ

ວິຊາ ວັນນະຄະດີ

ຂ່າວໃໝ່ສຸດ

  • ການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງແລະການບໍລິຫານສູນການສຶກສານອກໂຮງຮຽນຂັ້ນແຂວງ ຂັ້ນເມືອງ ແລະ ຂັນຊຸມຊົນ,ແຂວງຊຽງຂວາງ ວັນທີ17-19/01/2023 ພາຍໃຕ້ໂຄງການຮ່ວມມືຄະນະກຳມາທິການແຫ່ງຊາດເພື່ອອຸຍແນສໂກ ລາວ-ເກົາຫລີ Bridge Lao Project
  • ກອງປະຊຸມຄົ້ນຄ້ວາ ແລະ ປັບປູງ (ຮ່າງ) ແຜນປະຕິບັດງານແຫ່ງຊາດ ການຮຽນຮູ້ຕະຫຼອດຊີວິດ ລະຫ່ວາງວັນທີ 19-21/12/2022, ເມືອງ ວັງວຽງ, ແຂວງ ວຽງຈັນ
  • ຜົນການສອບເສັງຈົບຊັ້ນມັດທະຍົມຕອນປາຍລະບົບບໍາລຸງ ມ.7 ທົ່ວປະເທດ, ສົກຮຽນ 2021-2022
  • ພິທີສອບເສັງຊັ້ນມັດທະຍົມຕອນປາຍບໍາລຸງ ມ.7 ທົ່ວປະເທດ ຄັ້ງວັນທີ 21-22 ກໍລະກົດ ປີ 2022
  • ກອງປະຊຸມແນະນໍາກ່ຽວກັບສື່ການຮຽນການສອນແບບອອນລາຍທີ່ແຂວງວຽງຈັນ, ຄັ້ງວັນທີ 15-16 ກໍລະກົດ 2022

Translate:

2021 ກົມການສຶກສານອກໂຮງຮຽນ. All Rights Reserved.
Translate »

Login

Forgot Password?

Create a new account

Open chat
1
nonformal.edu.la
ສະບາຍດີ Hello
ມີຫຍັງໃຫ້ຊ່ວຍບໍ່ເຈົ້າ?
Can we help you?

Insert/edit link

Enter the destination URL

Or link to existing content

    No search term specified. Showing recent items. Search or use up and down arrow keys to select an item.