
ໃນວັນທີ່ 14.9.2021 ຜ່ານມາກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາໄດ້ລົງຕິດຕາມຊຸກຍູ້ການຖ່າຍທຳສ້າງສື່ການຮຽນ-ການສອນໃນຮູບແບບດິຈິຕາລ ເຊິ່ງນຳພາໂດຍ ທ່ານ ນາງ ພິລານີ ພິດສະໄໜ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ໂດຍການຕ້ອນຮັບຂອງທ່ານ ຈັນທະລີ ອຸໄລສິດ ຮອງຫົວໜ້າສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະທິມງານຖ່າຍທຳ.
ຈຸດປະສົງຂອງການລົງຕິດຕາມຄັ້ງນີ້ແມ່ນເພື່ອຊຸກຍູ້-ສົ່ງເສີມການຖ່າຍທຳວິດີໂອການຮຽນ-ການສອນ ແລະ ເຮັດວຽກຮ່ວມກັນທີມງານຖ່າຍທຳສູນໄອຊີທີຫຼວງພະບາງໃນການສ້າງສື່ການສອນໃນໄລຍະສັ້ນ ແລະ ໄລຍະຍາວ ເພື່ອໃຫ້ນ້ອງນັກຮຽນໄດ້ຮຽນໜັງສືໃນຊວງພະຍາດໂຄວິດ 19 ລະບາດ ແລະ ໃຊ້ຮຽນຄວບຄູ່ກັບການຮຽນແບບປົກກະຕິໃນໄລຍະຍາວ. ນອກຈາກນັ້ນ, ທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນຍັງໄດ້ມີຄຳເຫັນກ່ຽວກັບການກວດແກ້ວິດີໂອການຖ່າຍທຳ ແລະ ມອບອຸປະກອນການຖ່າຍທຳການຮຽນ-ການສອນຈຳນວນໜຶ່ງໃຫ້ກັບສູນ ICT ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານການສ້າງສື່ການຮຽນ-ການສອນໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດເຂົ້າເຖິງໄດ້ຕະລອດເວລາຜ່ານຫຼາຍຊ່ອງທາງ.









